ຫວານ

Cells
Додај у фаворите
Arrow down
Arrow down

ຫວານ

ສາຍຕາທີ່ແນມມາ
ຫວານຈົນທຳໃຫ້ສັ່ນໄຫວ
ຫວານຈົນຫ້າມໃຈບໍ່ໄດ້
ຮອຍຍິ້ມທີ່ຍິ້ມມາ
ຫວານຈົນເກີນຈະທານໄຫວ
ຫວານຈົນເກີນຈະຂາດໃຈ
 
ຈຶ່ງເກີດຄໍາຖາມ ຢູ່ໃນຫົວໃຈ
ແລະຢາກຈະຖາມໃຫ້ຫາຍຂ້ອງໃຈ
 
ມີແຟນແລ້ວຫຼືຍັງ ຫາກວ່າຍັງ
ຢາກຈະຂໍໃຫ້ເຈົ້າຊ່ວຍພິຈາລະນາ
ຄົນໆນີ້ເຂົ້າໄປຢູ່ໃນຫົວໃຈ
ສາຍຕາຫວານໆ ຮອຍຍິ້ມຫວານໆ
ຢາກໄດ້ຄົນຫວານໆ ແບບເຈົ້າມາເປັນຫວານໃຈ
 
ສຽງປາກທີ່ເອີ່ຍມາ
ຫວານຈົນເຮັດໃຫ້ວັ່ນໄຫວ
ຫວານສະເທືອນໄປທັງກາຍ
ໃບໜ້າທີ່ຫຼຽວມາ
ຫວານຈົນຢືນຢູ່ບໍ່ໄດ້
ຫວານຈົນເກືອບລືມຫາຍໃຈ
 
ຈຶ່ງເກີດຄໍາຖາມ ຢູ່ໃນຫົວໃຈ
ແລະຢາກຈະຖາມໃຫ້ຫາຍຂ້ອງໃຈ
 
ມີແຟນແລ້ວຫຼືຍັງ ຫາກວ່າຍັງ
ຢາກຈະຂໍໃຫ້ເຈົ້າຊ່ວຍພິຈາລະນາ
ຄົນໆນີ້ເຂົ້າໄປຢູ່ໃນຫົວໃຈ
ສຽງປາກຫວານໆ ໃບໜ້າຫວານໆ
ຢາກໄດ້ຄົນຫວານໆ ແບບເຈົ້າມາເປັນຫວານໃຈ
 
ຈຶ່ງເກີດຄໍາຖາມ ຢູ່ໃນຫົວໃຈ
ແລະຢາກຈະຖາມໃຫ້ຫາຍຂ້ອງໃຈ
 
ມີແຟນແລ້ວຫຼືຍັງ ຫາກວ່າຍັງ
ຢາກຈະຂໍໃຫ້ເຈົ້າຊ່ວຍພິຈາລະນາ
ຄົນໆນີ້ເຂົ້າໄປຢູ່ໃນຫົວໃຈ
ສາຍຕາຫວານໆ ຮອຍຍິ້ມຫວານໆ
ຢາກໄດ້ຄົນຫວານໆ ແບບເຈົ້າມາເປັນຫວານໃຈ
 
ຍາກໄດ້ຄົນຫວານໆ ແບບນີ້ມາເດີນຂ້າງກາຍ
ຍາກໄດ້ຄົນຫວານໆ ແບບເຈົ້າມາເປັນຄູ່ໃຈ
ຢາກໄດ້ຄົນຫວານໆ ແບບເຈົ້າມາເປັນຫວານໃຈ
 
Facebook X
expand collapse Song details
Thas Tayapongsak Thas Tayapongsak
submitted on 5 Jul 2024 - 20:59
Give a shoutout to Thas Tayapongsak